Loading...

ທີມງານ CIT School ຈັດອົບຮົມ ແລະ ແນະນຳການນຳໃຊ້ລະບົບບໍລິຫານໂຮງຮຽນ ໃຫ້ແກ່ໂຮງຮຽນໄຊປັນຍາ

CIT School Team provides training and guidance on using the school management system for Saipanya School
ຂ່າວສານ
ລົງວັນທີ
11 ສິງຫາ 2026
ເວລາ
1 ເດືອນຜ່ານມາ
ຜູ້ຂຽນ
Admin

ທີມງານ CIT School ຈັດອົບຮົມ ແລະ ແນະນຳການນຳໃຊ້ລະບົບບໍລິຫານໂຮງຮຽນ ໃຫ້ແກ່ໂຮງຮຽນໄຊປັນຍາ





ວັນທີ 10 ສິງຫາ 2026 ທີມງານ CIT School ໄດ້ລົງພື້ນທີ່ເພື່ອຈັດອົບຮົມ ແລະ ແນະນຳການນຳໃຊ້ ລະບົບບໍລິຫານໂຮງຮຽນ CIT School ໃຫ້ແກ່ຄະນະບໍລິຫານ, ຄູ-ອາຈານ ແລະ ພະນັກງານຂອງ ໂຮງຮຽນໄຊປັນຍາ.

ໃນການອົບຮົມຄັ້ງນີ້ ທີມງານໄດ້ແນະນຳການນຳໃຊ້ລະບົບຕັ້ງແຕ່ຂັ້ນຕອນພື້ນຖານ ຈົນເຖິງການນຳໃຊ້ແຕ່ລະໂມດູນ ແລະ ຟັງຊັນຕ່າງໆຢ່າງລະອຽດ ເພື່ອໃຫ້ຜູ້ໃຊ້ງານສາມາດນຳລະບົບໄປໃຊ້ໃນການບໍລິຫານໂຮງຮຽນໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິພາບ.

ຫົວຂໍ້ຫຼັກທີ່ໄດ້ແນະນຳ ແລະ ຝຶກປະຕິບັດ ປະກອບມີ:

  • ການຕັ້ງຄ່າຂໍ້ມູນພື້ນຖານຂອງໂຮງຮຽນ
  • ການຈັດການຂໍ້ມູນນັກຮຽນ
  • ການຈັດການຂໍ້ມູນຄູ-ອາຈານ ແລະ ຜູ້ໃຊ້ງານ
  • ການຈັດການຫ້ອງຮຽນ ແລະ ຂໍ້ມູນດ້ານວິຊາການ
  • ການເຊັກຊື່ ແລະ ຕິດຕາມການເຂົ້າຮຽນ
  • ການບັນທຶກ ແລະ ຈັດການຄະແນນ
  • ການຈັດການຄ່າຮຽນ ແລະ ຂໍ້ມູນການເງິນ
  • ການບັນທຶກ ແລະ ຈັດການລາຍຈ່າຍ
  • ການກວດສອບຂໍ້ມູນ ແລະ ລາຍງານຕ່າງໆ
  • ການນຳໃຊ້ Function ຕ່າງໆພາຍໃນລະບົບ ພ້ອມຝຶກປະຕິບັດຈາກການໃຊ້ງານຈິງ

ພ້ອມກັນນີ້ ທີມງານຍັງໄດ້ຕອບຄຳຖາມ, ແນະນຳວິທີແກ້ໄຂບັນຫາໃນການໃຊ້ງານ ແລະ ຮັບຟັງຄຳແນະນຳຈາກທາງໂຮງຮຽນ ເພື່ອນຳໄປປັບປຸງ ແລະ ພັດທະນາລະບົບໃຫ້ສອດຄ່ອງກັບການນຳໃຊ້ງານຈິງຫຼາຍຂຶ້ນ.

ການອົບຮົມຄັ້ງນີ້ ເປັນອີກໜຶ່ງກ້າວສຳຄັນໃນການນຳເອົາເຕັກໂນໂລຊີດິຈິຕອນມາຊ່ວຍໃນການບໍລິຫານຈັດການໂຮງຮຽນ ເພື່ອໃຫ້ການຈັດການຂໍ້ມູນມີຄວາມສະດວກ, ວ່ອງໄວ, ເປັນລະບຽບ ແລະ ສາມາດກວດສອບຂໍ້ມູນໄດ້ງ່າຍຂຶ້ນ.